JOB DESCRIPTION
ປະກາດຮັບສະໝັກງານ
ບໍລິສັດ ອາກຄີເນຍ ອາສໂຊຊີເອສ ຈໍາກັດ ( Archineer Associates Co., Ltd) ເປັນບໍລິສັດທີ່ໃຫ້ບໍລິການທີ່ປຶກສາໃນຫຼາກຫຼາຍສາຂາ ໂດຍມີ ການບໍລິການອອກແບບທາງດ້ານສະຖາປັດຕິຍະກໍາ ແລະ ວິສະວະກໍາ ໃຫ້ແກ່ລູກຄ້າໃນຫຼາຍພາກສ່ວນ: ອົງການ ແລະ ຫົວໜ່ວຍທຸລະກິດທັງພາກລັດ, ລັດວິສາຫະກິດ ແລະ ເອກະຊົນ, ການບໍລິການໃນຫຼາຍສາຂາຂອງພວກເຮົາ ປະກອບມີ ດ້ານສະຖາປັດຕະຍະກໍາ, ວິສະວະກໍາໂຍທາ, ວິສະວະກໍາໄຟຟ້າ ແລະ ກົນຈັກ ຄົບຊຸດ ຄື: ອອກແບບອາຄານ, ສໍານັກງານຫຼາຍປະເພດ ເຊັ່ນ: ອາຄານຫ້ອງການ, ໂຮງແຮມ, ອາພາດເມັ້ນ, ເຮືອນຢູ່ອາໄສ, ອາຄານຫ້າງສັບພະສິນຄ້າ, ການພັດທະນາລະບົບຜັງເມືອງ, ການຈັດວາງໂຄງລ່າງພື້ນຖານ ແລະ ການບໍລິຫານໂຄງການ ເຊີ່ງສ້າງຕັ້ງຂື້ນແຕ່ປີ 2010, ໃນປະຈຸບັນ ບໍລິສັດຂອງພວກເຮົາແມ່ນມີ ການຂະຫຍາຍຕົວ ແລະ ໄດ້ມີ ການຂະຫຍາຍທຸລະກິດ ບໍ່ວ່າຈະເປັນ ທີ່ປຶກສາດ້ານອະສັງຫາລິມະຊັບ, ວິສະວະກໍາຊົນລະປະທານ-ເຂືີ່ອນ ດັ່ງນັ້ນ ບໍລິສັດ ຈຶີ່ງມີ ຄວາມຕ້ອງການພະນັກງານ ມາເຮັດວຽກນໍາພວກເຮົາ ຈໍານວນຫຼາຍຕໍາແໜ່ງ ດັ່ງລຸ່ມນີ້:
Job Vacancy
ຜູ້ບໍລິຫານໂຄງການທາງ
(Project manager for road work 1 position)
ໜ້າວຽກໂດຍຫຍໍ້
ຜູ້ຈັດການໂຄງການກໍ່ສ້າງ ສາມາດວາງແຜນ ແລະ ນໍາພາໂຄງການທີ່ຫຼາກຫຼາຍແຕ່ຕົ້ນຈົນຈົບ. ຕ້ອງເປັນຜູ້ຈັັດລະບົບການເຮັດວຽກ ແລະ ຈັດການຂະບວນການກໍ່ສ້າງ ທັງໝົດຂອງໂຄງການ ລວມທັງສາມາດກວດສອບວ່າຜູ້ຮັບເໝົາເຮັດວຽກສຳເລັດຕາມເປົ້າໝາຍໃນເວລາທີ່ເໝາະສົມ ແລະ ມີປະສິດທິພາບ.
ຜູ້ຈັດການໂຄງການກໍ່ສ້າງທີ່ດີຈະຕ້ອງມີຄວາມເຂົ້າໃຈໃນວິທີການ ແລະຂັ້ນຕອນ ໃນການກໍ່ສ້າງທັງໝົດ ນອກນີ້ຍັງ ສາມາດປະສານງານກັບທີມຜູ້ຊ່ຽວຊານດ້ານເຕັກນີກ ເພື່ອໃຫ້ໄດ້ຜົນລັັບທີ່ດີທີ່ສຸດ ເປົ້າໝາຍແມ່ນເພື່ອ ໃຫ້ແນ່ໃຈວ່າໂຄງການດັ່ງກ່າວຈະສໍາເລັດ, ໄດ້ຮັບການສົ່ງມອບຕາມເວລາທີ່ກຳໜົດ, ໄດ້ຄຸນນະພາບ ແລະ ບໍ່ເກີນງົບປະມານ.
ໜ້າທີ່ຮັບຜິດຊອບ
- ສາມາດເຮັດວຽກຮ່ວມກັບວິສະວະກອນ, ສະຖາປະນິກ ເພື່ອວາງແຜນວຽກ, ສ້າງມາດຕາຖານເຕັກນີກ ຂອງໂຄງການ.
- ສາມາດກວດກາແລະວາງແຜນຊັບພະຍາກອນທີ່ຈຳເປັນໃນສະໜາມກໍ່ສ້າງ (ຄົນ, ວັດສະດຸ ແລະ ອຸປະກອນ) ຕັ້ງແຕ່ຕົ້ນຈົນຈົບ.
- ວາງແຜນການດຳເນີນການກໍ່ສ້າງທັງໝົດ ແລະ ກຳໜົດເວລາກວດກາວຽກໃຫ້ຊັດເຈນເພື່ອໃຫ້ແນ່ໃຈວ່າຈະໄດ້ຮັບຜົນຕາມໄລຍະເວລາທີ່ວາງໄວ້.
- ສາມາດ ຈັດສັນໜ້າທີ່ຮັບຜິດຊອບໃຫ້ແຕ່ລະພາກສ່ວນ.
- ໄກ້ຊິດກັບພະນັກງານ ແລະ ໃຫ້ຄຳແນະນຳເມື່ອຈຳເປັນ.
- ສາມາດປະເມີນຄວາມຄືບໜ້າ ແລະ ລາຍງານລາຍລະອຽດຂອງໂຄງການໄດ້.
ຄຸນສົມບັດທີ່ຕ້ອງການ
- ມີປະສົບການໃນການເປັນຜູ້ຈັດການໂຄງການກໍ່ສ້າງມາກ່ອນຢ່າງນ້ອຍ2-3 ໂຄງການ.
- ມີຄວາມເຂົ້າໃຈກ່ຽວກັບຂັ້ນຕອນໃນໃນການກໍ່ສ້າງຢ່າງເລິກເຊິ່ງ ແລະ ຫຼັກການບໍລິຫານໂຄງການ.
- ມີຄວາມຮູ້ກ່ຽວກັບມາດຕະຖານການກໍ່ສ້າງ ແລະ ຄວາມປອດໄພພາກສະໜາມ.
- ມີຄວາມຮູ້ດ້ານ AutoDesk Land desktop, Civil 3 D AutoCAD Civil 3 D, AutoCAD, Microsoft office, Microsoft Project ແລະ ໂປຣແກມອືີ່ນໆທີ່ກ່ຽວຂ້ອງ.
- ມີທັກສະໃນການເຈລະຈາ ຕໍ່ລອງທີ່ໂດດເດັ່ນ.
- ມີທັກສະການບໍລິຫານອົງກອນ ແລະ ການຈັດການເວລາທີ່ດີເລີດ.
- ມີຄວາມຮັບຜິດຊອບ ລະອຽດຮອບຄອບໃນການເຮັດວຽກ.
- ມີຄວາມຊື່ສັດ ຕົງຕໍ່ເວລາ ສາມາດເຮັດວຽກເປັນທີມໄດ້.
- ປະສົບການ 5 ປີ ຂື້ນໄປ.
- ສາມາດປະຈໍາການຕ່າງແຂວງໄດ້ບາງຄັ້ງຄາວ.
ວຸດທິການສຶກສາ:
- ຈົບສາຂາ ສະຖາປັດຕະຍະກໍາ, ວິສະວະກໍາໂຍທາ, ວິສະວະກໍາຂົວທາງ, ຫຼື ສາຂາທີ່ກ່ຽວຂອງ ລະດັບປະລິນຍາຕີ ຂື້ນໄປ.
- ລະດັບພາສາອັງກິດຕ້ອງສາມາດສືີ່ສານໄດ້ຢູ່ໃນລະດັບດີ.
ບໍລິສັດ ອາກຄີເນຍ ອາສໂຊຊີເອສ ສຳຫຼວດ, ອອກແບບ ແລະທີ່ປຶກສາ ຈໍາກັດ. ບ້ານ ສະພັງໝໍ້, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ. ເຮືອນເລກທີ່ 571, ໜ່ວຍ 10, ໂທ: (856 –21)-454354 , ອີເມວ: hrm@archiineergroup.la